ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມການນຳ ແຂວງສະຫວັນນະເຂດ
ລົງເຄື່ອນໄຫວກວດກາໂຄງການພັດທະນາເຂດຈຸດສຸມຈຽງຕູບ


ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດທະມົນຕີ ກະຊວງປ້ອງກັນປະເທດ ພ້ອມຄະນະ, ລົງຢ້ຽມຢາມ ແລະ ຕິດຕາມກວດກາ ແລະ ປຶກສາ
ຫາລືເອກະພາບກ່ຽວກັບ ໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນຈຸດຈຽງຕູບ, ເມືອງເຊໂປນ ແຂວງສະຫວັນນະເຂດ.

     ໃນວັນທີ 6 ຕຸລາ 2023 ທີ່ຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫັວນນະເຂດ,
ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດທະມົນຕີ ກະຊວງປ້ອງກັນປະເທດພ້ອມຄະນະ, ມີການນຳຂັ້ນເມືອງ, ບັນດາພະແນກການທີ່ກ່ຽວ
ຂ້ອງລົງຢ້ຽມຢາມ ແລະ ຕິດຕາມກວດກາ ແລະ ປຶກສາຫາລືເອກະພາບກ່ຽວກັບ ໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນຈຸດຈຽງຕູບ,
ເມືອງເຊໂປນ ແຂວງສະຫວັນນະເຂດ.

     ເຊິ່ງຈຸດສຸມຈຽງຕູບແຫ່ງນີ້ ຕັ້ງຢູ່ໃນໃຈກາງປ່າສະຫງວນແຫ່ງຊາດ ລະວີງລະເວີນ, ໄປທາງທິດຕາເວັນອອກສ່ຽງເໜືອ ຂອງເມືອງເຊໂປນ, ຫ່າງ
ຈາກເທດສະບານເມືອງປະມານ 72 ກິໂລແມັດ, ກວມເອົາເນື້ອທີ່ປະມານ 21.000 ເຮັກຕາ, ທິດເໜືອຕິດກັບແຂວງກວາງບິງ ສສ ຫວຽດນາມ
ແລະ ແຂວງຄຳມ່ວນ, ທິດໃຕ້ຕິດກັບຈຸດສຸມລະໂກ, ທິດຕາເວັນອອກຕິດກັບແຂວງກວາງຈິ ສສ ຫວຽດນາມ, ທິດຕາເວັນຕົກ ຕິດກັບຈຸດສຸມຜາບັງ
ແລະ ເມືອງວິລະບູລີ, ປະກອບມີ 6 ບ້ານ ລວມມີ 12 ຄຸ້ມ, ມີ 438 ຫລັງຄາເຮືອນ,ມີ 494 ຄອບຄົວ,ພົນລະເມືອງ 2.269 ຄົນ, ຍິງ 1149 ຄົນ;
ເປັນຊົນເຜົ່າຕຼີ 100%, ເຊື່ອຖືສາສະໜາຜີ ປະຊາຊົນສ່ວນໃຫ່ຍ ແມ່ນຍຶດຖືອາຊີບ ທໍາການຜະລິດກະສິກໍາ ເປັນຕົ້ນຕໍ, ສ່ວນໃຫ່ຍແມ່ນເຮັດສວນ
ປູກເຂົ້າຕາມເປີ້ນພູ ແລະ ລ້ຽງສັດໃຫຍ່ປະເພດ ຄວາຍ, ງົວ, ແບ້, ໝູ, ສັດປີກ . ການຈັດຕັ້ງປະຕິບັດໜ້າທີ່ ແລະ ການຊີ້ນຳ-ນຳພາວຽກງານໃນແຕ່
ລະດ້ານ: ຈຸດສຸມຈຽງຕູບມີ 1 ຮາກຖານພັກປະກອບມີ 4 ໜວ່ຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 37 ສະຫາຍ, ຍິງ 2 ສະຫາຍ, ພະນັກງານ
ເມືອງລົງປະຈໍາຈຸດສຸມມີ 8 ສະຫາຍ, ໃນນັ້ນມີກະສິກໍາ 3 ສະຫາຍ, ສຶກສາ 1 ສະຫາຍ, ສາທາລະນະສຸກ 1 ສະຫາຍ, ປກສ 1 ສະຫາຍ; ປກຊ 1
ສະຫາຍ, ການຄ້າ 1 ສະຫາຍ ຜ່ານມາຄະນະພັກ-ຄະນະຈຸດສຸມໄດ້ສົມທົບກັບກອງປະຕິບັດງານ 219 ເອົາໃຈໃສ່ເຮັດວຽກງານກໍ່ສ້າງຮາກຖານ
ການເມືອງພັດທະນາຊົນນະບົດຮອບດ້ານ, ເຮັດໃຫ້ສະພາບມີຄວາມສະຫງົບປອດໄພ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາມີບາດ
ກ້າວອັນໃໝ່ຂຶ້ນຢ່າງຕໍ່ເນື່ອງ.

     ໂອກາດນີ້ ທ່ານເຈົ້າ ແຂວງສະຫວັນນະເຂດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ມີຄວາມພະຍາຍາມສຸມທຸກກຳລັງສະຕິປັນຍາ,
ປະກອບສ່ວນໃນການສ້າງຈຸດສຸມແຫ່ງນີ້, ໃຫ້ມີຄວາມເຂັ້ມແຂງ ແລະ ເຫັນໄດ້ໃນການດໍາລົງຊີວິດຂອງປະຊາຊົນ, ພ້ອມນີ້ທ່ານຍັງໄດ້ເນັ້ນໜັກ ໃຫ້
ສືບຕໍ່ເຮັດວຽກງານການເມືອງ, ເຊື່ອມຊຶມ, ພົບປະ, ໃກ້ຊິດຕິດແທດກັບປະຊາຊົນເພື່ອເປັນການຮັດແໜ້ນໃຫ້ມີຄວາມພົວພັນຮອບດ້ານຫລາຍຂຶ້ນ
ກວ່າເກົ່າ. ພ້ອມດຽວກັນນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍ ສະຫາຍ
ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍ່ໄດ້ຕາງໜ້າໃຫ້ ກະຊວງປ້ອງກັນປະເທດ ມອບວັດຖຸປັດໄຈຈຳນວນໜຶ່ງໃຫ້
ແກ່ ໂຮງຮຽນກິນນອນຊົນເຜົ່າ ໃນເມືອງເຊໂປນເປັນຕົ້ນ: ໂຮງຮຽນກິນນອນຊົນເຜົ່າ ມ.ສ ເຊໂປນ, ໂຮງຮຽນ ກິນນອນຊົນເຜົ່າ ມ.ຕົ້ນ ຜາບັງ ແລະ
ໂຮງຮຽນປະຖົມ-ມັດທະຍົມ. 1 ບ້ານຕະລົວະ ເຂດຈຸດສຸມຈຽງຕູບ ຕາງໜ້າໃຫ້ຄະນະອຳນວຍການ, ຄູອາຈານນ້ອງນັກຮຽນທັງ 3 ໂຮງຮຽນດັ່ງກ່າວ
ກ່າວຮັບ ແລະ ສະແດງຄວາມຂອບໃຈ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາໄປໝູນໃຊ້ໃນວຽກງານລວມຂອງໂຮງຮຽນໃຫ້ເກີດປະໂຫຍດສູງສຸດ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 10/10/2023